History of the College

ປະຫວັດຂອງວິທະຍາໄລ

Ethnic Technical and Vocational College is a three-year higher educational college located in Viengkeo village, Xaythany district, Vientiane capital province. As one of the Chinese language colleges, most diverse, and most affordable colleges.

ວິທະຍາໄລເຕັກນິກວິຊາຊີບຊົນເຜົ່າ ເປັນວິທະຍາໄລການສຶກສາຊັ້ນສູງ 3 ປີ ຕັ້ງຢູ່ບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເປັນຫນຶ່ງໃນວິທະຍາໄລທີ່ສອນພາສາຈີນ, ມີຄວາມຫຼາກຫຼາຍຊະນິດ, ແລະມີລາຄາຮຽນທີ່ເຂົ້າເຖິງໄດ້.

Welcome to our College of Chinese Language, where we offer a unique educational experience tailored for those eager to explore and master the Chinese language. Located in the heart of Laos, our higher education program spans over three years, guiding students from foundational lessons to advanced proficiency.

ຍິນດີຕ້ອນຮັບສູ່ວິທະຍາໄລເຕັກນິກວິຊາຊີບຊົນເຜົ່າ, ບ່ອນທີ່ພວກເຮົາສະໜອງປະສົບການ ດ້ານການສຶກສາ ທີ່ເປັນເອກະລັກສຳລັບສະເພາະຜູ້ທີ່ກະຕືລືລົ້ນທີ່ຈະຄົ້ນຫາ ແລະ ຮຽນຮູ້ພາສາຈີນ. ຕັ້ງຢູ່ໃນໃຈກາງຕົວເມືອງປະເທດລາວ, ລະບົບການສຶກສາຊັ້ນສູງຂອງພວກເຮົາແມ່ນໃຊ້ເວລາຢູ່ເຖິງສາມປີ, ນໍາພານັກຮຽນຈາກບົດຮຽນພື້ນຖານໄປສູ່ຄວາມຊໍານານຊັ້ນສູງ.

At our college, we are committed to providing affordable education that is accessible to all. We proudly serve students from diverse backgrounds, including the Hmong, Khmer, and many other small ethnic communities across Laos. Our mission is to empower local students who have had limited access to educational opportunities, helping them build brighter futures through language and cultural understanding.

ຢູ່ໃນວິທະຍາໄລນີ້, ພວກເຮົາມຸ່ງໝັ້ນທີ່ຈະສະໜອງການສຶກສາລາຄາທີ່ບໍ່ແພງທີ່ສາມາດເຂົ້າເຖິງທຸກຄົນໄ້ດ. ພວກ​ເຮົາ​ຍິນດີ​ຮັບ​ໃຊ້​ນັກ​ສຶກ​ສາ​ທີ່​ມາ​ຈາກ​ຫຼາກຫຼາຍຊົນເຜົ່າ, ເຊັ່ນຊົນເຜົ່າມົ້ງ, ຂະ​ມຸ, ແລະ​ ຊຸມ​ຊົນ​ຊົນ​ເຜົ່າ​ນ້ອຍ​ອື່ນໆ​ໃນ​ທົ່ວ​ປະ​ເທດ​ລາວ. ເປົ້າໝາຍພາລະກິດຂອງພວກເຮົາແມ່ນເພື່ອສ້າງຄວາມຮູ້ທີ່ເຂັ້ມແຂງໃຫ້ກັບນັກຮຽນທ້ອງຖິ່ນທີ່ມີໂອກາດເຂົ້າເຖິງທາງການສຶກສາທີ່ຈໍາກັດ, ຊ່ວຍໃຫ້ພວກເຂົາສ້າງອະນາຄົດທີ່ສົດໃສ ໂດຍຜ່ານຄວາມເຂົ້າໃຈທາງດ້ານພາສາ ແລະ ວັດທະນະທໍາ.

Join us on this journey, and open the door to new possibilities!

ເຂົ້າຮ່ວມເປັນສ່ວນໜຶ່ງກັບພວກເຮົາໃນການເດີນທາງຄັ້ງນີ້, ແລະເປີດໂອກາດສູ່ຄວາມເປັນໄປໄດ້ໃໝ່!